ແຈ້ງ​ການ​ຄວາມ​ເປັນ​ສ່ວນ​ຕົວ Galaxy Wearable ອັບ​ເດດ​ຫຼ້າ​ສຸດ: ວັນ​ທີ 1 ເມ​ສາ 2021 ຢູ່​ທີ່ Samsung Electronics Co., Ltd., ພວກ​ເຮົາ​ຮູ້​ວ່າ​ຄວາມ​ເປັນ​ສ່ວນ​ຕົວ​ມີ​ຄວາມ​ສຳ​ຄັນແນວໃດ​ຕໍ່ກັບ​ລູກ​ຄ້າ​ຂອງ​ພວກ​ເຮົາ. ພວກ​ເຮົາ​ໄດ້​ສ້າງ​ແຈ້ງ​ການ​​ຄວາມ​ເປັນ​ສ່ວນ​ຕົວ​ນີ້​ຂຶ້ນ​ມາ​ເພື່ອ​ໃຫ້​ແນ່​ໃຈ​ວ່າ​ທ່ານ​ເຂົ້າ​ໃຈກ່ຽວ​ກັບ​ວ່າ​ພວກ​ເຮົາ​ເກັບ​ເອົາ ແລະ ນຳ​ໃຊ້​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ​ແນວ​ໃດ. ນະ​ໂຍ​ບາຍ​ຄວາມ​ເປັນ​ສ່ວນ​ຕົວ​ຂອງ​ພວກ​ເຮົາເຊິ່ງ​ສາ​ມາດ​ເບິ່ງ​ໄດ້​ຢູ່ທີ່ https://account.samsung.com/membership/terms/privacypolicy ແມ່ນນຳ​ໃຊ້​ກັບ​ການ​ນຳ​ໃຊ້ Galaxy Wearable ຂອງ​ທ່ານ. ນະ​ໂຍ​ບາຍ​ຄວາມ​ເປັນ​ສ່ວນ​ຕົວ​ຂອງ​ພວກ​ເຮົາ​ມີ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ວ່າ​ພວກ​ເຮົາ​ໃຊ້​ຂໍ້​ມູນ​ຂອງ​ທ່ານ​ແນວ​ໃດ. ນອກ​ນັ້ນ​ມັນ​ຍັງ​ມີ​ຂໍ້​ມູນ​ກ່ຽວ​ກັບ​ວິ​ທີ​ຕິດ​ຕໍ່​ຫາພວກ​ເຮົາ​ນຳ​ອີກ. ກະ​ລຸ​ນາ​ອ່ານ​ນະ​ໂຍ​ບາຍ​ຄວາມ​ເປັນ​ສ່ວນ​ຕົວ​ຂອງ​ພວກ​ເຮົາ​, ນອກເໜືອຈາກ​ແຈ້ງ​ການ​ຄວາມ​ເປັນ​ສ່ວນ​ຕົວ​ນີ້. ເຖິງ​ແນວ​ໃດ​ກໍ່​ຕາມ, ແຈ້ງ​ການ​ຄວາມ​ເປັນ​ສ່ວນ​ຕົວ​ນີ້​ມີ​ນ້ຳ​ໜັກ​ເໜືອກວ່າ​ນະ​ໂຍ​ບາຍ​ຄວາມ​ເປັນ​ສ່ວນ​ຕົວ​ຢູ່​ຕະ​ຫຼອດ​ເວ​ລາ. ພວກເຮົາເກັບເອົາຂໍ້ມູນອັນໃດແດ່? ຜ່ານ Galaxy Wearable ຂອງ​ທ່ານ, ພວກ​ເຮົາ​ເກັບ​ເອົາ ແລະ ຮັກ​ສາ​ຂໍ້​ມູນ​ກ່ຽວ​ກັບ​ທ່ານ​ໃນ​ວິ​ທີ​ຕ່າງໆ. ຂໍ້​ມູນ​ທີ່​ທ່ານ​ສະໜອງໃຫ້​ໂດຍ​ກົງ • ເມື່ອ​ທ່ານ​ເຂົ້າ​ສູ່​ລະ​ບົບ Samsung account ໃນ​ອຸ​ປະ​ກອນ Galaxy Wearable ຂອງ​ທ່ານ, ຂໍ້​ມູນ Samsung account ເຊັ່ນ: ລະຫັດບົນຂີ Samsung ຂອງ​ທ່ານ. ຂໍ້​ມູນ​ກ່ຽວ​ກັບ​ການ​ນຳ​ໃຊ້ Galaxy Wearable ຂອງ​ທ່ານ • ​ຂໍ້​ມູນ​ກ່ຽວ​ກັບ​ອຸ​ປະ​ກອນ​ຂອງ​ທ່ານ​ເຊັ່ນ: ປະ​ເພດ​ອຸ​ປະ​ກອນ, ລຸ້ນ​ອຸ​ປະ​ກອນ, ປະ​ເພດ ແລະ ເວີ​ຊັນ OS, ຕົວ​ລະ​ບຸ​ອຸ​ປະ​ກອນ ແລະ ຕົວ​ລະ​ບຸ​ສະ​ເພາະ​ອື່ນໆ, ຜູ້​ໃຫ້​ບໍ​ລິ​ການ​ເຄືອ​ຂ່າຍ​ມື​ຖື, ການ​ກຳ​ນົດ​ຄ່າ ແລະ ການ​ຕັ້ງ​ຄ່າ​ອຸ​ປະ​ກອນ; • ຂໍ້​ມູນ​ທີ່​ກ່ຽວ​ຂ້ອງ​ກັບ​ທີ່​ຕັ້ງ​ຂອງ​ທ່ານ​ຜ່ານ GPS, Bluetooth ແລະ ສັນ​ຍານ WiFi. ບາງ​ຄຸນ​ສົມ​ບັດ​ຂອງ Galaxy Wearable ຂອງ​ທ່ານ​ຈຳ​ເປັນ​ຕ້ອງ​ມີ​ການ​ເກັບ​ເອົາ​ທີ່​ຕັ້ງ​ທາງ​ພູມ​ສາດ​ທີ່​ແມ່ນ​ຢຳ​ຂອງ​ອຸ​ປະ​ກອນ​ຂອງທ່ານ ແລະ ຢູ່​ໃນ​ຕົວ​ຢ່າງ​ເຫຼົ່າ​ນັ້ນ​ພວກ​ເຮົາ​ຈະ​ເກັບ​ເອົາ​ຂໍ້​ມູນ​ທີ່​ຕັ້ງ​ທາງ​ພູມ​ສາດ​ຂອງ​ທ່ານ, ແຕ່​ດ້ວຍ​ການ​ອະ​ນຸ​ຍາດ​ຂອງ​ທ່ານ​ເທົ່າ​ນັ້ນ. ອຸ​ປະ​ກອນ​ຂອ​ງ​ທ່ານ​ຈະ​ແຈ້ງ​ເຕືອນ​ທ່ານ​ເມື່ອ​ຄຸນ​ສົມ​ບັດ Galaxy Wearable ຈຳ​ເປັນ​ຕ້ອງ​ເກັບ​ເອົາ​ທີ່​ຕັ້ງ​ທາງ​ພູມ​ສາດ​ທີ່​ແມ່ນ​ຢຳ​ຂອງ​ທ່ານ. ກະ​ລຸ​ນາ​ຈື່​ໄວ້​ວ່າ​ຖ້າ​ທ່ານ​ບໍ່​ອະ​ນຸ​ຍາດ​ໃຫ້ Galaxy Wearable ເກັບ​ເອົາ​ທີ່​ຕັ້ງ​ທາງ​ພູມ​ສາດ​ທີ່​ແມ່ນ​ຢຳ​ຂອງ​ທ່ານ, ທ່ານ​ອາດ​ຈະ​ບໍ່​ສາ​ມາດ​ໃຊ້​ທຸກ​ຄຸນ​ສົມ​ບັດ​ຂອງ Galaxy Wearable ໄດ້; • ເມື່ອ​ທ່ານ​ໃຊ້​ຄຸນ​ສົມ​ບັດ​ການ​ເຊື່ອມ​ຕໍ່​ທາງ​ໄກ (ເຊັ່ນ: ການ​ເຊື່ອມ​ຕໍ່​ອຸ​ປະ​ກອນ​ມື​ຖື​ຂອງ​ທ່ານ​ກັບ​ອຸ​ປະ​ກອນ Galaxy Wearable ຂອງ​ທ່ານ​ຜ່ານ Wi-Fi ຫຼື ຂໍ້​ມູນ​ມື​ຖື​ແທນ​ທີ່​ຈະ​ເປັນ ບລູທູດເພື່ອ​ໃຫ້ Galaxy Wearable ຂອງ​ທ່າ​ນ​ສາ​ມາດ​ຮັບ​ຂໍ້​ຄວາມ​ຈາ​ໂທ​ລະ​ສັບ​ຂອງ​ທ່ານ​ໄດ້); ຂໍ້​ມູນ​ກ່ຽວ​ກັບ​ແອັບ​ທີ່​ຕິດ​ຕັ້ງ​ໃນ​ອຸ​ປະ​ກອນ​ມື​ຖື​ຂອງ​ທ່ານ​ເຊັ່ນ: ການແຈ້ງເຕືອນ ແລະ ເນື້ອ​ໃນ​ຂອງ​ຂໍ້​ຄວາມ ແລະ ອີເມລ໌ທີ່​ໄດ້​ຮັບ (ລວມ​ທັງ​ເນື້ອ​ໃນ​ຂອງ​ຂໍ້​ຄວາມ ແລະ ໄຟ​ລ໌ມີເດຍ); ແລະ • ຖ້າ​ທ່ານ​ນຳ​ໃຊ້​ຄຸນ​ສົມ​ບັດແບັກອັບ ແລະ ຣີສະຕໍ, ເວີ​ຊັນ​ຊອບ​ແວ, ລະ​ຫັດ​ການ​ຂາຍ, ລາຍ​ຊື່​ຂອງ​ແອັບ​ທີ່​ໄດ້​ຕິດ​ຕັ້ງ ແລະ ນຳ​ໃຊ້​ເມື່ອ​ບໍ່​ດົນ​ມາ​ນີ້, ຂໍ້​ມູນ ແລະ ການ​ຕັ້ງ​ຄ່າ​ຂອງ​ແອັບ​ທີ່​ຕິດ​ຕັ້ງ​ແລ້ວ, ການ​ຕັ້ງ​ຄ່າ​ໜ້າ​ຈໍ​ຫຼັກ​ລວມ​ທັງ​ໜ້າ​ໂມງ, ແອັບ ແລະ ວິດ​ເຈັດ, ການ​ຕັ້ງ​ຄ່າ​ການ​ແຈ້ງ​ເຕືອນ, ການ​ຕັ້ງ​ຄ່າ​ລະ​ບົບ​ລວມ​ທັງຈໍສະແດງຜົນ, ສຽງແລະການສັ່ນ. • ຖ້າ​ທ່ານ​ເຫັນ​ທີ​ທີ່​ຈະ​ສົ່ງ​ຂໍ້​ມູນ​ວິ​ນິ​ໄສ, ຂໍ້​ມູນ​ວິ​ນິ​ໄສ, ເຕັກ​ນິກ, ການ​ຂັດ​ຂ້ອງ ແລະ ການ​ນຳ​ໃຊ້​ເຊັ່ນ: ເວ​ລາ ແລະ ໄລ​ຍະ​ເວ​ລາ​ຂອງ​ການ​ນຳ​ໃຊ້ Galaxy Wearable ຂອງ​ທ່ານ, ແອັບ​ທີ່​ທ່ານ​ຕິດ​ຕັ້ງ ແລະ ໄລ​ຍະ​ເວ​ລາ ແລະ ເວ​ລາ​ທີ່​ທ່ານ​ເປີດ ຫຼື ປິດ​ແອັບ. ພວກ​ເຮົາ​ຍັງ​ອາດ​ຈະ​ເກັບ​ເອົາ​ຂໍ້​ມູນ​ອື່ນ​ກ່ຽວ​ກັບ​ທ່ານ, Galaxy Wearable ແລະ ແອັບ​ຂອງ​ທ່ານ, ອຸ​ປະ​ກອນ​ຂອງ​ທ່ານ​ເຊື່ອມ​ຕໍ່​ກັບ Galaxy Wearable ແລະ ການ​ນຳ​ໃຊ້ Galaxy Wearable ຂອງ​ທ່ານ​ໃນ​ວິ​ທີ​ທີ່​ພວກ​ເຮົາ​ອະ​ທິ​ບາຍ​ໃຫ້​ທ່ານ​ໃນ​ເວ​ລາ​ຂອງ​ການ​ເກັບ​ເອົາ ແລະ ເມື່ອ​ໃດ​ກໍ​ຕາມ​ທີ່​ຈຳ​ເປັນ, ພວກ​ເຮົາ​ຈະ​ເອົາ​ຄຳ​ຍິນຍອມ​ຂອງ​ທ່ານ. ພວກ​ເຮົານຳ​ໃຊ້​ຂໍ້​ມູນ​ຂອງທ່ານແນວ​ໃດ? • ເພື່ອ​ຊ່ວຍ​ທ່ານ​ລົງ​ທະ​ບຽນ ແລະ ນຳ​ໃຊ້ຂໍ້​ມູນ​ກ່ຽວ​ກັບ​ການ​ນຳ​ໃຊ້ Galaxy Wearable ຂອງ​ທ່ານ. • ເພື່ອ​ໃຫ້​ການ​ບໍ​ລິ​ການ ແລະ ຄຸນ​ສົມ​ບັດ​ທີ່​ທ່ານ​ຂໍ. • ເພື່ອ​ຕອບ​ສະ​ໜອງ​ຄຳ​ຂໍ ແລະ ຄຳ​ຖາມ​ຂອງ​ທ່ານ ແລະ ສື່​ສານ​ກັບ​ທ່ານ​ກ່ຽວ​ກັບ Galaxy Wearable ຂອງ​ທ່ານ, ລວມ​ທັງ​ການ​ໃຫ້​ການ​ຊ່ວຍ​ເຫຼືອ​ເມື່ອ​ທ່ານ​ຂໍ​ການ​ສະ​ໜັບ​ສະ​ໜູນ​ທາງ​ດ້ານ​ເຕັກ​ນິກ​ກ່ຽວ​ຂ້ອງ​ກັບ Galaxy Wearable ຂອງ​ທ່ານ. • ເພື່ຶອໃຫ້ທ່ານປະ​ຕິ​ສຳ​ພັນກັບ Samsung ຫຼື ແອັບພາກ​ສ່ວນ​ທີ​ສາມ​, ຄຸນ​ສົມ​ບັດ ແລະ ການ​ບໍ​ລິ​ການພາກທີ່​ເລືອກ. ​ຕົວ​ຢ່າງ, ທ່ານ​ອາດ​ຈະ​ສາ​ມາດ​ສຳ​ຮອງ​ຂໍ້​ມູນ​ແອັບ ຫຼື ການ​ຕັ້ງ​ຄ່າ​ຂອງ​ທ່ານ​ໄປ​ຍັງ Samsung Cloud ຫຼື ໃຊ້ Samsung Health ໃນ Galaxy Wearable ຂອງ​ທ່ານ​ໄດ້. • ເພື່ອ​ໃຫ້​ເນື້ອ​ໃນ ແລະ ການ​ບໍ​ລິ​ການ​ກຳ​ນົດ​ເອງ​ກ່ຽວ​ຂ້ອງ​ກັບ Galaxy Wearable ຂອງ​ທ່ານ. • ເພື່ອ​ໃຫ້​ໂປ​ຣ​ໂມ​ຊັນ ແລະ ຂໍ້​ສະ​ເໜີ​ຜ່ານ​ການ​ສື່​ສານ​ການ​ຕະ​ຫຼາດ​ໂດຍ​ກົງ (ເຊັ່ນ: ຜ່ານການແຈ້ງເຕືອນ, ອີເມລ໌ ແລະ ຂໍ້​ຄວາມ, ພຽງ​ແຕ່​​ທີ່​ທ່ານ​ໄດ້ໃຫ້​ຄຳ​ຍິນຍອມ​ແຍກ​ຕ່າງ​ຫາກ​ຂອງ​ທ່ານແກ່ພວກ​ເຮົາເທົ່ານັ້ນ. • ເພື່ອດຳເນີນການ, ປະເມີນຜົນ ແລະ ປັບປຸງ Galaxy Wearable ແລະ ທຸລະກິດຂອງພວກເຮົາ (ລວມທັງການພັດທະນາຜະລິດຕະພັນ ແລະ ການບໍລິການໃໝ່; ການເສີມຂະຫຍາຍ ແລະ ການປັບປຸງຜະລິດຕະພັນ ແລະ ການບໍລິການຂອງພວກເຮົາ; ການຄຸ້ມຄອງການສື່ສານຂອງພວກເຮົາ, ການວິເຄາະຜະລິດຕະພັນ, ການບໍລິການ ແລະ ຖານ​ລູກ​ຄ້າ​ຂອງ​ພວກ​ເຮົາ; ການທຳການຄົ້ນ​ຄວ້າການຕະຫຼາດ; ການທຳການວິເຄາະຂໍ້ມູນ; ແລະ ການເຮັດການບັນຊີ, ການກວດສອບບັນຊີ ແລະ ຟັງ​ຊັນພາຍໃນອື່ນໆ). • ເພື່ອ​ຂໍ​ຄຳ​ຄິດ​ເຫັນ​ຂອງ​ທ່ານ​ກ່ຽວ​ກັບ​ຜະ​ລິດ​ຕະ​ພັນ ແລະ ການ​ບໍ​ລິ​ການ​ຂອງ​ພວກ​ເຮົາ​ ແລະ ເພື່ອ​ດຳ​ເນີນ​ການ​ສຳ​ຫຼວດ​ລູກ​ຄ້າ; ຖ້າ​ຕ້ອງ​ການ​ແນວ​ນັ້ນ​ແທ້, ​ແມ່ນຕ້ອງ​ມີຄຳ​ຍິນຍອມ​ແຍກ​ຕ່າງ​ຫາກ​ຂອງ​ທ່ານ. • ເພື່ອ​ໃຫ້​ການ​ອັບ​ເດດ​ຊອບ​ແວ, ການ​ບໍ​ລິ​ການ​ບຳ​ລຸງ​ຮັກ​ສາ ແລະ ການ​ສະ​ໜັບ​ສະ​ໜູນ​ສຳ​ລັບ Galaxy Wearable ຂອງ​ທ່ານ. • ເພື່ອປົກປ້ອງ, ລະບຸ ແລະ ປ້ອງກັນການສໍ້ໂກງ ແລະ ກິດຈະກຳອາດຊະຍາກຳອື່ນໆ, ຄໍາຮ້ອງຟ້ອງ ແລະ ຄວາມຮັບຜິດຊອບທາງກົດໝາຍອື່ນໆ. •ເພື່ອປະຕິບັດຕາມ ແລະ ບັງຄັບໃຊ້ຂໍ້ກຳນົດທາງກົດໝາຍທີ່ກ່ຽວຂ້ອງ, ມາດຕະຖານອຸດສະຫະກຳ ແລະ ນະໂຍບາຍຂອງພວກເຮົາທີ່ກ່ຽວຂ້ອງ ແລະ ລວມ​ທັງແຈ້ງການ​​ຄວາມ​ເປັນ​ສ່ວນ​ຕົວ, ນະໂຍບາຍຄວາມເປັນສ່ວນຕົວນີ້. Galaxy Wearable ຂອງ​ທ່ານ​ອາດ​ຈະ​ໃຫ້​ຄວາມ​ສາ​ມາດ​ເຊື່ອມ​ຕໍ່​ກັບ ຫຼື ນຳ​ໃຊ້ Samsung ອື່ນໆ ຫຼື ແອັບ​, ບໍ​ລິ​ການ ແລະ ຄຸນ​ສົມ​ບັດພາກ​ສ່ວນ​ທີ​ສາມ. ຕົວ​ຢ່າງ, ທ່ານ​ອາດ​ຈະ​ສາ​ມາດ​ນຳ​ໃຊ້ Samsung Health ຫຼື Bixby Voice ໃນ​ອຸ​ປະ​ກອນ Galaxy Wearable ຂອງ​ທ່ານ​ໄດ້. ແອັບ ແລະ ຄຸນ​ສົມ​ບັດ Samsung ແລະ ພາກ​ສ່ວນ​ທີ​ສາມ​ເຫຼົ່າ​ນີ້ອາດ​ຈະ​ມີ​ແຈ້ງ​ການ​ຄວາມ​ເປັນ​ສ່ວນ​ຕົວ​ຂອງ​ພວກ​ເຂົາ. ທົບທວນເບິ່ງພວກມັນເພື່ອຮັບປະກັນວ່າທ່ານເຂົ້າໃຈວ່າບໍ​ລິ​ການ​ເຫຼົ່າ​ນັ້ນດຳເນີນການກັບຂໍ້ມູນຂອງທ່ານແນວ​ໃດ. ໃນຂອບເຂດທີ່ແອັບອື່ນໃດໜຶ່ງທີ່ເຊື່ອມຕໍ່ ຫຼື ສະແດງອອກ, ບໍລິການ ຫຼື ຄຸນສົມບັດອື່ນທີ່ພວກເຮົາບໍ່ໄດ້ເປັນເຈົ້າຂອງ ຫຼື ຄວບຄຸມ. ພວກເຮົາບໍ່ຮັບຜິດຊອບຕໍ່ເນື້ອໃນ, ການໃຊ້ ຫຼື ການປະຕິບັດດ້ານຄວາມເປັນສ່ວນຕົວຂອງມັນ. ພວກເຮົາແຊ​ຣ໌ຂໍ້ມູນຂອງທ່ານກັບໃຜແດ່? ​ພວກ​ເຮົາ​ຈະ​ເປີດ​ເຜີຍ​ຂໍ້​ມູນ​ຂອງ​ທ່ານ​ຢູ່​ພາຍ​ໃນ​ກັບ​ທຸ​ລະ​ກິດ​ຂອງ​ພວກ​ເຮົາ ແລະ ໃຫ້​ກັບ​ຫົວ​ໜ່ວຍ​ຕໍ່​ໄປ​ນີ້, ພຽງ​ແຕ່​ເພື່ອ​ຈຸດ​ປະ​ສົງ​ທີ່​ໄດ້​ອະ​ທິ​ບາຍ​ໄວ້​ຂ້າງ​ເທິງ​ເທົ່າ​ນັ້ນ. * ບໍລິສັດໃນເຄືອຂ່າຍ: ບໍລິສັດໃນ​ເຄືອ Samsung Electronics ທີ່ພວກເຮົາຄວບຄຸມ ຫຼື ເປັນເຈົ້າຂອງ; * ຜູ້​ໃຫ້​ບໍ​ລິ​ການ: ບໍ​ລິ​ສັດ​ທີ່​ຖືກ​ຄັດ​ເລືອກ​ຢ່າງ​ລະ​ມັດ​ລະ​ວັງ​ທີ່​ໃຫ້​ການ​ບໍ​ລິ​ການ​ສຳ​ລັບ ຫຼື ໃນ​ນາມ​ຂອງ​ພວກ​ເຮົາ​ເຊັ່ນ: ເຊີບ​ເວີ​ຂໍ້​ມູນ​ທີ່​ຮັກ​ສາ​ຂໍ້​ມູນ​ໄວ້​ໃນ​ນາມ​ຂອງ​ພວກ​ເຮົາ. ນອກ​ນັ້ນຜູ້ໃຫ້ບໍລິການເຫຼົ່ານີ້ຍັງມຸ່ງໝັ້ນທີ່ຈະປົກປ້ອງຂໍ້​ມູນຂອງທ່ານ; * ຝ່າຍ​ອື່ນໆ​ເມື່ອ​ກົດ​ໝາຍ​ຮຽກ​ຮ້ອງ​ໃຫ້​ປະ​ຕິ​ບັດ ຫຼື ຕາມ​ຄວາມ​ຈຳ​ເປັນ​ເພື່ອ​ປົກ​ປ້ອງ Galaxy Wearable ຂອງ​ທ່ານ​: ຕົວ​ຢ່າງ, ມັນ​ອາດ​ຈະ​ຈຳ​ເປັນ​ຕາມ​ກົດ​ໝາຍ, ຂະ​ບວນ​ການ​ທາງ​ກົດ​ໝາຍ ຫຼື​ ຄຳ​ສັ່ງ​ສານ​ຈາກ​ອົງ​ການ​ຂອງ​ລັດ​ຖະ​ບານ​ເພື່ອ​ເປີດ​ເຜີຍ​ຂໍ້​ມູນ​ຂອງ​ທ່ານ. ນອກ​ນັ້ນພວກເຂົາອາດຈະຊອກຂໍ້ມູນຂອງທ່ານຈາກພວກເຮົາເພື່ອຈຸດປະສົງທາງດ້ານ​ການ​ບັງ​ຄັບ​ໃຊ້ກົດໝາຍ, ຄວາມໝັ້ນ​ຄົງຂອງຊາດ, ການຕ້ານ​ການ​ກໍ່​ການ​ຮ້າຍ ຫຼື ປັນຫາອື່ນໆທີ່ກ່ຽວຂ້ອງກັບຄວາມປອດໄພຂອງສັງຄົມ; * ພາກ​ສ່ວນອື່ນທີ່ກ່ຽວຂ້ອງກັບການເຮັດທຸລະກິດຂອງບໍລິສັດ: ພວກເຮົາອາດຈະເປີດເຜີຍຂໍ້ມູນຂອງທ່ານໃຫ້ກັບພາກ​ສ່ວນທີ່ສາມທີ່​ເປັນ​ສ່ວນ​ໜຶ່ງ​ຂອງການຮວມບໍລິສັດເຂົ້າກັນ ຫຼື ການໂອນກິດຈະການ, ການຊື້ ຫຼື ຂາຍກິດຈະການ ຫຼື ໃນກໍລະນີທີ່ບໍລິສັດລົ້ມລະລາຍ; ແລະ * ​ຝ່າຍອື່ນໆທີ່ທ່ານໄດ້ໃຫ້​ຄຳ​ຍິນຍອມ ຫຼື ໃນຄຳ​ແນະ​ນຳຂອງທ່ານ: ນອກຈາກ​ການ​ເປີດ​ເຜີຍ​ທີ່​ໄດ້ອະທິບາຍ​ໄວ້​ໃນແຈ້ງ​ການຄວາມເປັນສ່ວນຕົວນີ້​ແລ້ວ, ພວກ​ເຮົາ​ອາດ​ຈະແຊ​ຣ໌​ຂໍ້​ມູນກ່ຽວກັບທ່ານ​ໃຫ້​ກັບ​ພາກ​ສ່ວນທີ​ສາມທີ່​ທ່ານອະນຸຍາດໄວ້ຕ່າງຫາກ ຫຼື ໄດ້ຂໍ​ໃຫ້​ມີ​ການ​ແຊ​ຣ໌​ດັ່ງກ່າວ. ​​ອັບ​ເດດແຈ້ງ​ການ​ຄວາມ​ເປັນ​ສ່ວນ​ຕົວ​ນີ້ ແຈ້ງ​ການ​ຄວາມ​ເປັນ​ສ່ວນ​ຕົວ​ນີ້​ອາດ​ຈະ​ຖືກ​ອັບ​ເດດ​ເພື່ອ​ແຈ້ງ​ໃຫ້​ທ່ານ​ຊາບ​ກ່ຽວ​ກັບ​ການ​ປ່ຽນ​ແປງວິ​ທີ​ການ​ທີ່​ພວກ​ເຮົາ​ເກັບ​ເອົາ ແລະ ປະ​ມວນ​ຜົນ​ຂໍ້​ມູນ​ຂອງ​ທ່ານ​ສຳ​ລັບ Galaxy Wearable ຂອງ​ທ່ານ ຫຼື ການ​ປ່ຽນ​ແປງ​ລະ​ບຽບ​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ. ວັນ​ທີ​ທີ່ອັບເດດ​ເອ​ກະ​ສານ​ຫຼ້າສຸດ​ສະ​ແດງ​​ຢູ່​ດ້ານ​ເທິງ​ສຸດ​ຂອງແຈ້ງ​ການ​ຄວາມ​ເປັນ​ສ່ວນ​ຕົວນີ້ . Version:P01.03.00